Shiba Inu (SHIB) ແມ່ນຫຍັງ?
Shiba Inu ແມ່ນຖືກກໍານົດໂດຍສັນຍາລັກ SHIB, ເຊິ່ງແມ່ນສະກຸນເງິນຄຣິບໂຕທີ່ຄຸ້ມຄອງແບບບໍ່ມີຕົວກາງທີ່ເປີດໃຊ້ໃນເດືອນ ສິງຫາ 2020. ຫຼຽນນີ້ໄດ້ຖືກສ້າງຂຶ້ນໂດຍຜູ້ທີ່ບໍ່ໄດ້ລະບຸຕົວຕົນທີ່ມີນາມສົມມຸດວ່າ Ryoshi ແລະ ດໍາເນີງານທີ່ Ethereum Blockchain ໃນນາມເປັນໂທເຄັນ ERC-20. ໂຄງການນີ້ໄດ້ຮັບຄວາມສົນໃຈເປັນໂຄງການທີ່ຖືກຂັບເຄື່ອນໂດຍຊຸມຊົນ ແລະ ມີການພັດທະນາລະບົບນິເວດດ້ວຍການນໍາໃຊ້ Blockchain ທີ່ຫຼາກຫຼາຍ.
ລະບົບນິເວດ Shiba Inu ປະກອບມີອົງປະກອບຈໍານວນໜຶ່ງທີ່ຖືກອອກແບບມາເພື່ອຂະຫຍາຍການນໍາໃຊ້ຂອງມັນໃຫ້ນອກເໜືອຈາກການເປັນຊັບສິນດິຈິຕອນ. ການນໍາໃຊ້ເຫຼົ່ານີ້ແມ່ນ ການແລກປ່ຽນກະຈາຍສູນ (DEX), ຕະຫຼາດ Non-fungible Token (NFT), ແລະ ເຄືອຂ່າຍ Blockchain ຊັ້ນ-2. ໂຄງການດັ່ງກ່າວເນັ້ນໃສ່ການມີສ່ວນຮ່ວມຂອງຊຸມຊົນ ແລະ ການປົກຄອງໃນລະບົບຕ່ອງໂສ້
Shibarium ເຊິ່ງແມ່ນເຄືອຂ່າຍ Blockchain ຊັ້ນ-2 ຂອງໂຄງການ ແມ່ນເຮັດໜ້າທີ່ຢູ່ເທິງ Ethereum ແລະ ເນັ້ນໃສ່ການຫຼຸດຜ່ອນຄ່າທຳນຽມທຸລະກຳ ແລະ ປັບປຸງປະສິດທິພາບຂອງການປະເມີນຜົນ. ໃນປີ 2025 ໄດ້ມີການປັບປຸງໃຫ້ເຄືອຂ່າຍນີ້ເພື່ອເພີ່ມທະວີຄວາມໜ້າເຊື່ອຖື ແລະ ຄວາມປອດໄພ. ສິ່ງນີ້ລວມມີການຈັດຕັ້ງປະຕິບັດໂຄງລ່າງພື້ນຖານ RPC ໃໝ່ ແລະ ການອັບເດດໃຫ້ແກ່ການຕັ້ງຄ່າຂອງຜູ້ກວດສອບ. ການປ່ຽນແປງເຫຼົ່ານີ້ແມ່ນສ່ວນໜຶ່ງຂອງຄວາມພະຍາຍາມທີ່ກວ້າງອອກໄປ ເພື່ອຟື້ນການນໍາໃຊ້ດ້ານເຕັກນິກ, ເຊິ່ງຫຼັງຈາກນັ້ນທີມງານໄດ້ນໍາສະເໜີການປົກປ້ອງເພີ່ມເຕີມ ແລະ ດໍາເນີນການຄືນໃໝ່.
SHIB, ໂທເຄັນດັ້ງເດີມຂອງລະບົບນິເວດ Shiba Inu ແມ່ນຖືກນໍາໃຊ້ຕົ້ນຕໍເພື່ອເຂົ້າເຖິງຄຸນສົມບັດຕ່າງໆເຊັ່ນ: ການຊື້ຂາຍແບບບໍ່ມີຕົວກາງ, ການສະເຕັກເພື່ອສະພາບຄ່ອງ, ແລະ ການໂຕ້ຕອບຂອງ NFT. ມັນຍັງສາມາດຖືກນໍາໃຊ້ເປັນວິທີການຈ່າຍຊໍາລະທີ່ຮ້ານຄ່າຈໍານວນໜຶ່ງ. ນອກຈາກນັ້ນ, SHIB ຍັງມີກົນໄກການເຜົາໂທເຄັນທີ່ມີຈຸດປະສົງເພື່ອຫຼຸດຜ່ອນການສະໜອງໂທເຄັນໂດຍລວມ. ກົນໄກເຫຼົ່ານີ້ ແບບເປັນອັດຕະໂນມັດໂດຍຜ່ານສະມາດຄອນແທຣັກ ຫຼື ໂດຍການຖືກລິເລີ່ມໂດຍສະມາຊິກຊຸມຊົນ. ໂທເຄັນດັ່ງກ່າວ ຍັງມີບົດບາດໃນຂະບວນການປົກຄອງທີ່ເຮັດໃຫ້ຜູ້ຖືຄອງສາມາດລົງຄະແນນສຽງກ່ຽວກັບຂໍ້ສະເໜີໃນລະບົບນິເວດ. ຜູ້ຖືຄອງໂທເຄັນ ສາມາດມີອິດທິພົນຕໍ່ການຕັດສິນໃຈທີ່ສຳຄັນໂດຍຜ່ານຂະບວນການລົງຄະແນນສຽງ, ໂດຍມີພາລະບົດບາດດ້ານການປົກຄອງສະເພາະທີ່ມອບໝາຍໃຫ້ບຸກຄົນໂດຍຜ່ານການເລືອກຕັ້ງໃນລະບົບຕ່ອງໂສ້.
ໃນຂະນະທີ່ຂຽນ, ຈຳນວນຫຼຽນໃນລະບົບຂອງ SHIB ແມ່ນຄາດວ່າປະມານ 589 ລ້ານລ້ານ ໂທເຄັນ. ໃນເບື້ອງຕົ້ນ ໂຄງການດັ່ງກ່າວໄດ້ອອກການສະໜອງທັງໝົດທີ່ລ້ານລ້ານລ້ານໂທເຄັນ (quadrillion).
ລະບົບນິເວດ Shiba Inu ປະກອບດ້ວຍສາມອົງປະກອບຕົ້ນຕໍຄື: SHIB, LEASH, ແລະ BONE. SHIB ແມ່ນໂທເຄັນດັ້ງເດີມຂອງລະບົບເວດ Shiba Inu. LEASH ແມ່ນໂທເຄັນທີ່ຫຼຸດລົງ ເຊິ່ງເຊື່ອມໂຍງກັບລາຄາຂອງ SHIB. ມັນຖືກອອກແບບເພື່ອໃຊ້ເປັນຜົນຕອບແທນສໍາລັບຜູ້ສະໜອງສະພາບຄ່ອງໃນຕະຫຼາດ ShibaSwap ທີ່ຄຸ້ມຄອງແບບບໍ່ມີຕົວກາງ. BONE ເປັນ governance token ຂອງລະບົບນິເວດ Shiba Inu ແລະ ຖືກນໍາໃຊ້ເພື່ອເຂົ້າຮ່ວມໃນການຄຸ້ມຄອງລະບົບນິເວດ ແລະ ສ້າງຜົນຕອບແທນຈາກການສະເຕັກ BONE.
SHIB ແມ່ນຖືກຈົດທະບຽນຢູ່ໃນ Binance ເພື່ອການຊື້ຂາຍ ແລະ ການຊື້ໄວ້. ລາຄາສົດຂອງຫຼຽນຂອງ Shiba Inu (SHIB) ແມ່ນຖືກອັບເດດ ແລະ ມີໃຫ້ໃນເວລາຈິງໃນ Binance.











