XRP (XRP) ແມ່ນຫຍັງ?
XRP ເປັນຊັບສິນດິຈິຕອນດັ້ງເດີມໃນບລັອກເຊນບັນຊີແຍກປະເພດ (XRPL) ທີ່ໃນເບື້ອງຕົ້ນຖືກສ້າງຂຶ້ນສໍາລັບການຊໍາລະເງິນ. ຫຼັກໆແລ້ວ XRP ແມ່ນອໍານວຍຄວາມສະດວກໃຫ້ແກ່ທຸລະກຳໃນເຄືອຂ່າຍ ແລະ ເຊື່ອມໂຍງບັນດາສະກຸນເງິນໃນການແລກປ່ຽນກະຈາຍສູນ (DEX) ດັ້ງເດີມຂອງບັນຊີແຍກປະເພດ XRP.
XRP ແມ່ນຊັບສິນດິຈິຕອນທີ່ມີຕົ້ນກຳເນີດມາຈາກບັນຊີແຍກປະເພດ XRP—ເຊິ່ງເປັນເທັກໂນໂລຢີບລັອກເຊນແຫຼ່ງເປີດ, ທີ່ບໍ່ຕ້ອງໄດ້ຮັບອະນຸຍາດ ແລະ ເປັນແບບກະຈາຍສູນ. ຖືກສ້າງຂຶ້ນໃນປີ 2012 ເພື່ອໃຫ້ບໍລິການໃນການຊໍາລະໂດຍສະເພາະ, XRP ສາມາດຊໍາລະທຸລະກຳຕ່າງໆເທິງບັນຊີແຍກປະເພດໃນ 3-5 ວິນາທີ ເຊິ່ງໃຊ້ເຄືອຂ່າຍຂອງຜູ້ກວດສອບທີ່ໜ້າເຊື່ອຖືເພື່ອກວດສອບທຸລະກຳໃນບັນຊີແຍກປະເພດ.
ສາມາດສົ່ງ XRP ໄດ້ໂດຍກົງໂດຍບໍ່ຈໍາເປັນຕ້ອງຜ່ານຕົວກາງ ເຊິ່ງເຮັດໃຫ້ມັນເປັນເຄື່ອງມືທີ່ສະດວກໃນການເຊື່ອມໂຍງສອງສະກຸນເງິນທີ່ແຕກຕ່າງກັນໄດ້ຢ່າງວ່ອງໄວ ແລະ ມີປະສິດທິພາບ. ສາມາດແລກປ່ຽນມັນໄດ້ຢ່າງອິດສະຫຼະໃນຕະຫຼາດເປີດ ແລະ ນໍາໃຊ້ໃນໂລກຕົວຈິງສໍາລັບການເປີດໃຊ້ງານ ການຊໍາລະຂ້າມພົມແດນ ແລະ ທຸລະກຳຍ່ອຍ. XRP ຍັງສາມາດນໍາໃຊ້ເພື່ອແລກປ່ຽນລະຫວ່າງສະກຸນເງິນຕ່າງໆ ແລະ ເຂົ້າເຖິງສະພາບຄ່ອງສະກຸນເງິນຄຣິບໂຕນໍາອີກ.
XRP ຮອງຮັບແອັບພລິເຄຊັ່ນຂະໜາດໃຫຍ່ ແລະ ໂຄງການໄລຍະຍາວທີ່ມີທຸລະກຳຫຼາຍກວ່າ 2.8B+ ຖືກດໍາເນີນການແລ້ວ ເຊິ່ງມີມູນຄ່າຫຼາຍກວ່າ $ 1 ລ້ານລ້ານທີ່ມີການເຄື່ອນຍ້າຍລະຫວ່າງພາກສ່ວນຕ່າງໆຕັ້ງແຕ່ 2012. XRP ຍັງໃຫ້ບໍລິການວ່ອງໄວທັນໃຈ, ທຸລະກຳມີປະສິດທິພາບຄຸ້ມຄ່າກັບຕົ້ນທຶນທີ່ຊໍາລະໃນທຸກໆ 3-5 ວິນາທີໂດຍເກັບຄ່າພຽງເລັກນ້ອຍຕໍ່ທຸລະກຳ.
ຖືກສ້າງຂຶ້ນໃນປີ 2012 ສໍາລັບການຊໍາລະໂດຍສະເພາະ, XRP ສາມາດຊໍາລະທຸລະກຳຕ່າງໆໃນບັນຊີແຍກປະເພດໄດ້ພາຍໃນ 3-5 ວິນາທີ. ມັນຖືກສ້າງຂຶ້ນເພື່ອໃຫ້ເປັນ Bitcoinທີ່ດີກວ່າ - ໄວກວ່າ, ລາຄາຖືກກວ່າ ແລະ ເປັນມິດຕໍ່ສິ່ງແວດລ້ອມກວ່າຊັບສິນດິຈິຕອນອື່ນໆ.
ເທັກໂນໂລຢີທີ່ຢູ່ເບື້ອງຫຼັງຂອງ XRP ແມ່ນຫຍັງ?
XRP ເປັນຊັບສິນດິຈິຕອນສໍາລັບການຊໍາລະດັ້ງເດີມມາສູ່ບັນຊີແຍກປະເພດ XRP (XRPL). ບັນຊີແຍກປະເພດ XRP ເປັນບລັອກເຊນກະຈາຍສູນກາງສາທາລະນະແຫຼ່ງເປີດ. ມັນຖືກສ້າງຂຶ້ນສໍາລັບການຊໍາລະໂດຍສະເພາະເຊິ່ງມີຄວາມວ່ອງໄວ (~ 3 ວິນາທີຕໍ່ທຸລະກຳ), ລາຄາຖືກ (0.0002 ໂດລາຕໍ່ທຸລະກຳ), ສາມາດປັບຂະໜາດໄດ້ (ຫຼາຍກວ່າ 1,500+ ທຸລະກຳຕໍ່ວິນາທີ) ແລະ ຄາບອນເປັນກາງ.
XRPL ນໍາໃຊ້ມະຕິແບບສະຫະພັນເປັນລະບົບການກວດສອບທີ່ຈະຕ້ອງມີຜູ້ກວດສອບ 80% ຂຶ້ນໄປທີ່ເຫັນດີຈຶ່ງຈະບັນລຸມະຕິດັ່ງກ່າວໄດ້, ເຊິ່ງໝາຍຄວາມວ່າ ບັນຊີແຍກປະເພດໃໝ່ຈະຖືກເພີ່ມເຂົ້າໃນປະຫວັດໂດຍລວມ ແລະ ຄວາມຄືບໜ້າຈຶ່ງດໍາເນີນຕໍ່ໄປໄດ້. ມີລາຍງານວ່າ XRPL ເປັນບລັອກເຊນສາທາລະນະທໍາອິດທີ່ມີ(ການແລກປ່ຽນກະຈາຍສູນ DEX) ຖືກສ້າງຂຶ້ນຢູ່ພາຍໃນ. XRPL ໄດ້ປິດ 85M+ ບັນຊີແຍກປະເພດ (ບລັອກ) ແລະ ຮອງຮັບກໍລະນີການໃຊ້ງານຂະໜາດໃຫຍ່ທີ່ການປະມວນຜົນຫຼາຍກວ່າ 2.8+ ຕື້ ທຸລະກຳໂດຍບໍ່ມີຄວາມຜິດພາດ ຫຼື ການລະເມີດຄວາມປອດໄພໃດໆນັບຕັ້ງແຕ່ປີ 2012.
ເປັນຫຍັງລາຄາ XRP ຈຶ່ງສູງຂຶ້ນໃນມື້ນີ້?
ລາຄາຂອງ XRP ໄດ້ສະແດງໃຫ້ເຫັນເຖິງຄວາມເຂັ້ມແຂງເມື່ອໄວໆມານີ້ ໂດຍໄດ້ຮັບແຮງໜຸນຍ້ອນຄວາມເຊື່ອໝັ້ນດ້ານລະບຽບການທີ່ມີການປັບປຸງ ແລະ ຄວາມສົນໃຈຂອງອົງກອນທີ່ເພີ່ມຂຶ້ນ. ຄວາມເຊື່ອໝັ້ນຂອງຕະຫຼາດມັກຈະເພີ່ມຂຶ້ນກ່ອນໜ້າເຫດການສໍາຄັນດ້ານກົດໝາຍ ໂດຍສະເພາະທີ່ກ່ຽວຂ້ອງກັບສະຖານະການຈັດປະເພດຂອງ XRP. ການຄາດເດົາກ່ຽວກັບການຈົດທະບຽນກອງທຶນລວມດັດສະນີ ETF ໃນອະນາຄົດຢູ່ອາຊີ ແລະ ການຟື້ນຕົວທາງເຕັກນິກໄລຍະສັ້ນກໍ່ມີສ່ວນໃຫ້ເກີດແຮງຂັບເຄື່ອນໃນທາງທີ່ດີ. ຢ່າງໃດກໍຕາມ, ຜູ້ຊື້ຂາຍທັງຫຼາຍຈະຕ້ອງພິຈາລະນາເຖິງຄວາມຜັນຜວນທີ່ອາດເກີດຂຶ້ນ ເພາະວ່າກິດຈະກໍາໃນລະບົບຕ່ອງໂສ້ ແລະ ທ່າອ່ຽງປະລິມານການຊື້ຂາຍອາດຈະສົ່ງຜົນກະທົບຕໍ່ສະຖຽນລະພາບຂອງລາຄາ.
XRP ໄດ້ຮົບການຈົດທະບຽນໃນ Binance ສໍາລັບການຊື້ຂາຍ. ລາຄາການຖ່າຍທອດສົດຂອງ XRP ແມ່ນມີການອັບເດດຕາມເວລາຕົວຈິງໃນ Binance.










