KernelDAO (KERNEL) ແມ່ນຫຍັງ?
KernelDAO ເປັນລະບົບນິເວດບ໋ອກເຊນທີ່ຖືກສ້າງຂຶ້ນເພື່ອເສີມຄວາມປອດໄພ ແລະ ປະສິດທິພາບທາງການເງິນໃນເຄືອຂ່່າຍ Proof of Stake (PoS) ໂດຍຊ່ວຍໃຫ້ຜູ້ໃຊ້ສາມາດຣີສະເຕກຊັບສິນ ເຊິ່ງຊ່ວຍເພີ່ມຄວາມປອດໄພ ໃນຂະນະດຽວກັນກໍ່ໄດ້ຮັບຜົນຕອບແທນອີກດ້ວຍ. ໂຄງການນີ້ຄອບຄຸ້ມຫຼາຍເຄືອຂ່່າຍບລັອກເຊນ ໂດຍໂປຣໂຕຄອນຫຼັກຂອງມັນແມ່ນ Kernel ທີ່ເຮັດວຽກໃນ BNB Chain ເພື່ອສະໜັບສະໜູນຄວາມປອດໄພຮ່ວມ ແລະ ການຣີສະເຕກ. ນອກຈາກນີ້, KernelDAO ຍັງສະໜອງການຣິສະເຕກກິ້ງແບບມີສະພາບຄ່ອງຜ່ານ Kelp LRT (rsETH) ໃນ Ethereum ແລະ ກົດລະຍຸດສ້າງຜົນຕອບແທນອັດຕະໂນມັດຜ່ານ Gain. ລະບົບນິເວດນີ້ເຊື່ອມຕໍ່ກັບໂປຣໂຕຄອນການເງິນແບບກະຈາຍອຳນາດ (DeFi) ແລະ ຊັບສິນໃນໂລກຄວາມເປັນຈິງ (RWA).
KernelDAO ເຊື່ອມໂຍງຜູ້ຖືຄອງ, ຜູ້ກວດສອບ ແລະ ບໍລິການທີ່ໄດ້ຮັບການກວດສອບຢ່າງຕໍ່ເນື່ອງ (AVSs) ເພື່ອສ້າງລະບົບນິເວດທີ່ເປັນເອກະພາບສໍາລັບການຣິສະເຕກກິ້ງ ແລະ ການເພີ່ມປະສິດທິພາບສູງສຸດ. ຜູ້ໃຊ້ສາມາດນຳເອົາໂທເຄັນຈາກການຣີສະເຕັກກິ້ງແບບມີສະພາບຄ່ອງມາຝາກໄວ້ໃນ Kernel ເພື່ອເພີ່ມຜົນຕອບແທນ. ຜູ້ກວດສອບຈະໄດ້ຮັບຜົນຕອບແທນຈາກການເຂົ້າເຖິງບໍລິການທີ່ຫຼາກຫຼາຍ ແລະ ຮັບຜົນຕອບແທນເພີ່ມຂຶ້ນ, ໃນຂະນະທີ່, ໃນຂະນະທີ່ AVSs ເຂົ້າເຖິງ Pool ທີ່ເຊື່ອຖືໄດ້ຂອງຜູ້ຄຸ້ມຄອງເພື່ອຮັກສາຄວາມປອດໄພໃຫ້ກັບໂປຣໂຕຄອນຂອງຕົນ. ລະບົບນີ້ດຳເນີນການຜ່ານຜະລິດຕະພັນຫຼັກສາມລາຍການ ໄດ້ແກ່ Kernel ເຊິ່ງເປັນສູນກາງສຳລັບການຣີສະເຕກກິ້ງ; Kelp ທີ່ເຮັດໜ້າທີ່ຈັບຄູ່ຕົວກວດສອບກັບບໍລິການຕ່າງໆ ແລະ Gain ເຊິ່ງເປັນເຄື່ອງມືຊ່ວຍຕິດຕາມ ແລະ ເພີ່ມປະສິດທິພາບຂອງຜົນຕອບແທນສຳລັບຜູ້ໃຊ້.
ໂທເຄັນປະຈຳລະບົບນິເວດທີ່ຊື່ວ່າ່ $KERNEL ເຮັດໜ້າທີ່ເປັນໂທເຄັນສຳລັບການຄຸ້ມຄອງ ແລະ ໂທເຄັນຢູຕິດິຕີ ໂດຍມີບົດບາດໃນການສະເຕກ, ການຕັດສິນໃຈຂອງການປົກຄອງ ແລະ ການສະໜອງຄວາມປອດໄພຂອງເຄືອຂ່່າຍ. ການສະໜອງທັງໝົດ 1 ຕື້ໂທເຄັນ ໂດຍມີສັດສ່ວນຈຳນວນຫຼາກຈັດສັນໃຫ້ກັບຊຸມຊົນ. ຜູ້ຖືຄອງໂທເຄັນສາມາດມີສ່ວນຮ່ວມໃນຂະບວນການຄຸ້ມຄອງ, ການສະເຕກໂທເຄັນ ເພື່ອສະໜັບສະໜູນຄວາມປອດໄພ ແລະ ຮັບລາງວັນຈາກກິດຈະກຳຕ່າງໆ ໃນ ແພລັດຟອມ.
ຈຳນວນຫຼຽນໃນລະບົບໃນປະຈຸບັນຂອງ KERNEL ແມ່ນ 162.31 ລ້ານໂທເຄັນ ໃນເວລາຂຽນ. $KERNEL ໄດ້ຈົດທະບຽນໃນ Binance ສໍາລັບການຊື້ຂາຍ ແລະ ການຊື້. ລາຄາປັດຈຸບັນຂອງ $KERNEL ແມ່ນສາມາດກວດສອບ ແລະ ອັບເດດແບບຣຽວທາມໃນ Binance.











