ວິທີການຊື້ຂາຍ Spot ໃນເວັບໄຊ Binance?

ເຜີຍແຜ່ເມື່ອ 2018-01-04 10:35

ໜ້ານີ້ແມ່ນເພື່ອຂໍ້ມູນທົ່ວໄປ ແລະ ການສຶກສາເທົ່ານັ້ນ. ມັນບໍ່ໄດ້ເປັນຂໍ້ກຳນົດທາງກົດໝາຍ ຫຼື ຮູບແບບຂອງສັນຍາທາງກົດໝາຍລະຫວ່າງທ່ານ ແລະ Binance. ຂໍ້ມູນນີ້ບໍ່ຄວນຖືກຕີຄວາມໝາຍວ່າເປັນຄຳແນະນຳທາງດ້ານການເງິນ, ກົດໝາຍ ຫຼື ວິຊາຊີບອື່ນໆ. ຂໍ້ມູນໃນໜ້ານີ້ອາດຈະເກົ່າເກີນໄປ. ສຳລັບຂໍ້ກຳນົດທາງກົດໝາຍທີ່ນຳໃຊ້ກັບການບໍລິການ Spot Trading, ກະລຸນາເບິ່ງທີ່ ເງື່ອນໄຂນຳໃຊ້, ກົດການຊື້ຂາຍ ແລະ ລະບຽບໃນການຊຳລະ. ນອກຈາກນັ້ນ, ຍັງມີຂໍ້ກຳນົດ ແລະ ເງື່ອນໄຂເພີ່ມເຕີມທີ່ຈະລະບຸໄວ້ໃນ ກຳຂໍນົດການບໍລິການການຊື້ຂາຍແບບຄັດລອກ Spot (ຕາມຄວາມເໝາະສົມສຳລັບການບໍລິການ ການຊື້ຂາຍແບບຄັດລອກ Spot).

ເພື່ອໃຫ້ສອດຄ່ອງກັບຂໍ້ກຳນົດຂອງ MiCA, stablecoins ທີ່ບໍ່ໄດ້ຮັບອະນຸຍາດ ແມ່ນຈະຖືກຈຳກັດບາງສ່ວນສຳລັບຜູ້ໃຊ້ໃນ EEA. ສຳລັບຂໍ້ມູນເພີ່ມເຕີມ, ກະລຸນາ ບ່ອນນີ້

ຄູ່ມືວິດີໂອ

1. ເຂົ້າສູ່ບັນຊີ Binance ຂອງທ່ານ ແລະ ຄລິກ [ການຊື້ຂາຍ] - [Spot].

image

2. ຫຼັງຈາກນັ້ນ ທ່ານຈະຖືກນຳໄປຫາໜ້າຈັດການຊື້ຂາຍ Spot.

image
ຄູ່ຊື້ຂາຍແມ່ນຫຍັງ?

ຄູ່ຊື້ຂາຍ ແມ່ນສິນຊັບທີ່ສາມາດຊື້-ຂາຍແລກປ່ຽນກັນໄດ້ໃນກອງແລກປ່ຽນ. ຄູ່ເທຣດປະກອບມີ ສິນຊັບຫຼັກ ແລະ ສິນຊັບອ້າງອີງ:

  • ສິນຊັບຫຼັກ: ແມ່ນສະກຸນເງິນຄຣິບໂຕຕົວທຳອິດໃນຄູ່ຊື້ຂາຍ, ເຊິ່ງແມ່ນສິ່ງທີ່ທ່ານກຳລັງຊື້ ຫຼື ຂາຍ.
  • ສິນຊັບອ້າງອີງ: ແມ່ນສະກຸນເງິນຄຣິບໂຕຕົວທີສອງ, ເຊິ່ງໃຊ້ເປັນຕົວບອກລາຄາ.

ຕົວຢ່າງເຊັ່ນ: ໃນຄູ່ຊື້ຂາຍ BNB/BTC, BNB ແມ່ນຊັບສິນພື້ນຖານ ແລະ BTC ແມ່ນຊັບສິນອ້າງອີງ.

image

(1) ປະລິມານຊື້ຂາຍຂອງຄູ່ຊື້ຂາຍ ໃນ 24 ຊົ່ວໂມງ

(2) ກຣາຟແທ່ງທຽນ ແລະ ລະດັບຄວາມເລິກຂອງຕະຫຼາດ

(3) ບັນທຶກຄຳສັ່ງຂາຍ

(4) ບັນທຶກຄຳສັ່ງຊື້

(5) ປະເພດການຊື້ຂາຍ: Spot/Cross Margin/Isolated Margin/Grid

(6) ສະຫຼັບລະຫວ່າງຊື້/ຂາຍ

(7) ປະເພດຄຳສັ່ງ: Limit/Market/Stop-limit/OCO (One-Cancels-the-Other)/Trailing Stop/OTO (One-Triggers-the-Other)/OTOCO (One-Triggers-a-One-Cancels-the-Other)

(8) ພາກສ່ວນຄຳສັ່ງຊື້/ສັ່ງຂາຍ

(9) ລາຍການຄຳສັ່ງທີ່ເປີດຢູ່, ປະຫວັດການສັ່ງຊື້-ຂາຍ , ປະຫວັດການຊື້ຂາຍ, ເງິນທຶນ, ຄຳສັ່ງຊື້ຂາຍແບບ Grid

(10) ການຊື້ຂາຍໃນຕະຫຼາດ ແລະ ການຊື້ຂາຍຂອງຂ້ອຍ

(11) ຍອດຄົງເຫຼືອ Spot Wallet

3. ລອງຍົກຕົວຢ່າງການຊື້ BTC. ເລືອກຄູ່ຊື້ຂາຍ BTC, ເຊັ່ນ: BTC/USDC.

image

4. ຄລິກ [Spot] ຢູ່ມຸມຂວາສູງແລ້ວເລືອກ [ຊື້]. ຫຼັງຈາກນັ້ນເລືອກລະຫວ່າງ [Limit], [Market], ຫຼື [Stop-limit] ແລ້ວປ້ອນລາຄາ ແລະ ຈຳນວນທີ່ທ່ານຕ້ອງການຊື້. ທ່ານສາມາດລາກແຖບດ້ານລຸ່ມຂອງຊ່ອງ [ຈຳນວນ] ເພື່ອກຳນົດເປີເຊັນຂອງຍອດຄົງເຫຼືອ Spot Wallet ທີ່ຈະນຳໃຊ້ສຳລັບຄຳສັ່ງດັ່ງກ່າວ.

5. ກົດ [ຊື້ BTC] ເພື່ອສ້າງຄຳສັ່ງ. 

image

ໝາຍເຫດ:

  • ປະເພດຄຳສັ່ງເລີ່ມຕົ້ນແມ່ນຄຳສັ່ງແບບ Limit order. ທ່ານສາມາດໃຊ້ຄຳສັ່ງແບບ Market order ໄດ້ ຫາກທ່ານຕ້ອງການໃຫ້ຄຳສັ່ງສຳເລັດໄວທີ່ສຸດເທົ່າທີ່ຈະໄວໄດ້. ສຳລັບຂໍ້ມູນເພີ່ມເຕີມ, ກະລຸນາເບິ່ງທີ່ Market Order ແລະ Limit Order ແມ່ນຫຍັງ ແລະ ວິທີການສ້າງ.
  • ຕົວຢ່າງ: ຖ້າ BTC ຊື້ຂາຍທີ່ 65000 USDC, ແຕ່ທ່ານຕ້ອງການຊື້ທີ່ 63000 USDC, ທ່ານສາມາດສ້າງຄຳສັ່ງກຳນົດລາຄາ. ຄຳສັ່ງຂອງທ່ານຈະຖືກນຳໃຊ້ເມື່ອລາຄາຕະຫຼາດລົງມາຮອດ 63000 USDC.

***ກະລຸນາຮັບຊາບວ່າ, ໂດຍເລີ່ມຕົ້ນແລ້ວ, ແຫຼ່ງເງິນທຶນຂອງທ່ານອາດຈະລວມມີບັນຊີ Spot, Funding, ແລະ Earn (ຖ້າມີ). ທ່ານຍັງສາມາດເລືອກບັນຊີທີ່ຕ້ອງການເພື່ອເປັນແຫຼ່ງເງິນທຶນໄດ້ ໂດຍການຄລິກທີ່ລິ້ງ [Avbl].

image
image

ລົງທະບຽນດຽວນີ້ - ໄດ້ຮັບສູງເຖິງ 100 USDT ໃນເງິນຄືນຄ່າທໍານຽມການຊື້ຂາຍ (ສໍາລັບຜູ້ໃຊ້ທີ່ກວດສອບ)