Spark (SPK) ແມ່ນຫຍັງ?
ໂປຣໂຕຄອນ Spark ແມ່ນແພລັດຟອມໂຄງສ້າງພື້ນຖານດ້ານການເງິນແບບກະຈາຍອຳນາດ ທີ່ໄດ້ຮັບການອອກແບບມາເພື່ອແກ້ໄຂບັນຫາຄວາມບໍ່ມີປະສິດທິພາບຫຼັກໆໃນໂລກ DeFi. ໂປຣໂຕຄອນເນັ້ນໃສ່ການຈັດການສະພາບຄ່ອງທີ່ກະແຈກກະຈາຍ, ຜົນຕອບແທນທີ່ບໍ່ມີສະຖຽນລະພາບ ແລະ ທຶນສຳຮອງຂອງ Stablecoin ທີ່ບໍ່ໄດ້ຖືກໃຊ້ງານ. ໂປຣໂຕຄອນ Spark ເຮັດໜ້າທີ່ເປັນຜູ້ຈັດສັນທຶນສອງຝ່າຍ, ໂດຍອາໄສທຶນສຳຮອງຈາກ Sky ມູນຄ່າ $6.5 ຕື້ ແລະ ນຳໄປໃຊ້ໃນສະພາບຄ່ອງການເງິນແບບກະຈາຍອຳນາດ, ການເງິນແບບລວມສູນ ແລະ ຊັບສິນໃນໂລກຄວາມເປັນຈິງ. ບົດບາດຫຼັກຂອງ Spark ແມ່ນການຈັດສັນສະພາບຄ່ອງພື້ນຖານ ແລະ ໂຄງສ້າງຜົນຕອບແທນໃຫ້ກັບໂປຣໂຕຄອນການເງິນແບບບລັອກເຊນອື່ນໆ.
ໂທເຄັນ $SPK ເປັນໂທເຄັນດັ້ງເດີມຂອງໂປຣໂຕຄອນ Spark, ໃຊ້ສຳລັບການຄຸ້ມຄອງດູແລ ແລະ ການສະເຕກ ເພື່ອສົ່ງເສີມການຄວບຄຸມແບບກະຈາຍອຳນາດ ແລະ ເພີ່ມຄວາມໝັ້ນຄົງໃຫ້ກັບໂປຣໂຕຄອນຜ່ານການມີສ່ວນຮ່ວມຂອງຜູ້ໃຊ້.
ຜູ້ຖືຄອງ $SPK ສາມາດມີສ່ວນຮ່ວມໃນການຕັດສິນໃຈດ້ານການຄຸ້ມຄອງດູແລ, ການສະເຕກໂທເຄັນ ເພື່ອຊ່ວຍຮັກສາຄວາມປອດໄພຂອງເຄືອຂ່່າຍ ແລະ ຮັບຜົນຕອບແທນ ໂດຍໂທເຄັນນີ້ຊ່ວຍສົ່ງເສີມລະບົບນິເວດຜ່ານການສ້າງແຮງຈູງໃຈໃນການມີສ່ວນຮ່ວມ ແລະ ເຮັດໃຫ້ຜົນປະໂຫຍດຂອງຜູ້ມີສ່ວນຮ່ວມສອດຄ້ອງກັນ. Spark ຍັງມີຜະລິດຕະພັນຕ່າງໆ ເຊັ່ນ: sUSDS ແລະ sUSDC ເຊິ່ງມອບຜົນຕອບແທນແບບປັບແຕ່ງໄດ້ໂດຍບໍ່ມີຄ່າທຳນຽມ, ລວມທັງເຄື່ອງມືເຊັ່ນ: SparkLend ແລະ Spark Liquidity Layer ເພື່ອຊ່ວຍໃນການຈັດສັນເງິນທຶນແບບອັດຕະໂນມັດຂ້າມເຊນ.
Spark ບໍ່ໄດ້ຖືກອອກແບບໃຫ້ເປັນຜະລິດຕະພັນ DeFi ແບບດ່ຽວ, ແຕ່ເປັນເລເຢີໂຄງສ້າງພື້ນຖານສຳລັບໂປຣໂຕຄອນອື່ນໆ. ໂດຍມີເປົ້າໝາຍເພື່ອສ້າງທາງອອກທີ່ສາມາດຂະຫຍາຍຂະໜາດໄດ້ ສຳລັບຄວາມທ້າທາຍດ້ານສະພາບຄ່ອງ ແລະ ຜົນຕອບແທນ ຜ່ານການສະໜັບສະໜູນຄວາມຕ້ອງການຂອງລະບົບນິເວດໂດຍລວມ ແທນທີ່ຈະແຂ່ງຂັນກັບມັນ. ອົງປະກອບສຳຄັນຂອງໂປຣໂຕຄອນນີ້ປະກອບດ້ວຍເຄື່ອງມືການອອມ, ຕະຫຼາດການໃຫ້ກູ້ຢືມທີ່ເນັ້ນ USDS ແລະ ລະບົບສະພາບຄ່ອງແບບຂ້າມເຊນ.
Spark ມີການສະໜອງທັງໝົດ 10 ຕື້ SPK. ໂດຍໃນຊ່ວງເວລາເປີດໂຕມີການປ່ອຍໂທເຄັນເຂົ້າສູ່ລະບົບໝູນວຽນຈຳນວນ 1.78 ຕື້ໂທເຄັນ ຫຼື 17%, ສ່ວນໂທເຄັນທີ່ເຫຼືອຈະຖືກປ່ອຍອອກຢ່າງຕໍ່ເນື່ອງພາຍໃນໄລຍະເວລາ ສິບປີ ເພື່ອສະໜັບສະໜູນການພັດທະນາ ແລະ ການຄຸ້ມຄອງດູແລຂອງໂປຣໂຕຄອນ.

